ຕາມທ່ານ Vladimir Medinsky ແລ້ວ, ເພື່ອເຮັດໄດ້ສິ່ງນີ້ຕ້ອງປະຖີ້ມບັນດາກົກສາຍປາຍເຫດຂອງການປະທະກັນ”, ພ້ອມທັງໃຫ້ຮູ້ວ່າ ຄະນະເຈລະຈາ ລັດເຊຍ ມີຄວາມສາມາດຢ່າງພຽງພໍ ແລະສິດອຳນາດທີ່ຈຳເປັນເພື່ອດຳເນີນການເຈລະຈາ. ຝ່າຍລັດເຊຍ ໃຫ້ຄຳໝັ້ນສັນຍາ ຈະປະຕິບັດວິທີການສຳຜັດທີ່ມີລັກສະນະສ້າງສັນ ແລະຊອກຫາວິທີການແກ້ໄຂໃຫ້ແກ່ການປະທະກັນ ແລະບັນດານັກເຈລະຈາລັດເຊຍ ກໍ່ຖືກອງປະຊຸມຄັ້ງນີ້ແມ່ນການສືບຕໍ່ຂອງວິວັດການສັນຕິພາບ ທີ່ຖືກຂາດວັກຂາດຕອນໃນປີ 2022.

ໃນເຫດການທີ່ກ່ຽວຂ້ອງ, ກະຊວງການຕ່າງປະເທດ ຕວກກີ ແຈ້ງໃຫ້ຊາບວ່າ ລັດຖະມົນຕີກະຊວງການຕ່າງປະເທດຕວກກີ ຈະເປັນປະທານກອງປະຊຸມກັບຄະນະຜູ້ແທນຂັ້ນສູງບັນດາປະເທດອາເມລິກາ, ລັດເຊຍ ແລະ ຢູແກຼນ ຢູ່ Istanbul.

ແຫຼ່ງຄັດຈາກ: vovworld.vn