leftcenterrightdel
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres. ພາບ: IRNA

ໃນສານທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ ໃນວັນທີ 12 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Katz ຢືນຢັນວ່າ, ມີຊາວ ອິດສະຣາແອັນ ເຖິງ 90% ເຫັນດີຕໍ່ຂໍ້ຕົກລົງຖືວ່າ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແມ່ນຜູ້ທີ່ບໍ່ໄດ້ຕ້ອນຮັບຢູ່ ອິດສະຣາແອັນ. ສານດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ມີກວ່າ 100 ປະເທດສະມາຊິກ ສປຊ ອອກຖະແຫຼງການຮ່ວມ ໂດຍເນັ້ນໜັກເຖິງການສະໜັບສະໜູນຢ່າງຄົບຖ້ວນ ແລະ ມີຄວາມເຊື່ອໝັ້ນຢ່າງສິ້ນເຊິງ ຕໍ່ທ່ານເລຂາທິການໃຫຍ່ Antonio Guterres.

ບັນດາປະເທດໄດ້ຕຳໜິຕິຕຽນຂໍ້ຕົກລົງຂອງທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ແນໃສ່ທ່ານເລຂາທິການໃຫຍ່ Antonio Guterres ທີ່ກໍ່ຄວາມເສຍຫາຍໃຫ້ແກ່ຄວາມສາມາດປະຕິບັດໜ້າທີ່ຂອງສະຫະປະຊາຊາດ, ພ້ອມທັງອາດຈະເຮັດໃຫ້ໂຈະການຢຸດຕິ ບັນດາການກະທຳເປັນປໍລະປັກ ກໍຄືການສ້າງເສັ້ນທາງມີຄວາມໄວ້ເນື້ອເຊື່ອໃຈ ມຸ່ງໄປເຖິງມາດຕະການສອງລັດ.

ແຫຼ່ງຄັດຈາກ: vovworld.vn