ຕອນຄ່ຳວັນທີ 7 ຕຸລາ, ກຳລັງ Hezbollah ຖະແຫຼງວ່າ ໄດ້ຍິງລູກຈະຫຼວດບຸກໂຈມຕີຖານທີ່ໝັ້ນສືບລາຊະການລັບຂອງກອງທັບ ອິດສະຣາແອັນ ຢູ່ໃກ້ກັບນະຄອນ Tel Aviv, ທາງພາກກາງອິດສະຣາແອັນ. IDF ຢັ້ງຢືນວ່າ ມີລູກຈະຫຼວດ 5 ລູກ ໄດ້ຍິງຈາກເຂດດິນແດນ ລີບັງ ເຂົ້າໃສ່ຖານທີ່ໝັ້ນ Glilot - ເປັນແຫ່ງຕັ້ງສຳນັກງານສືບລາຊະການລັບ 8200 ແລະ ໃກ້ກັບສຳນັກງານອົງການສືບລາຊະການລັບ Mossad. ມີລູກຈະຫຼວດຈຳນວນໜຶ່ງຖືກລະບົບປ້ອງກັນອາກາດຂອງ ອິດສະຣາແອັນ ຍິງຕົກ, ຈຳນວນທີ່ຍັງເຫຼືອຕົກໃສ່ເຂດເປົ່າຫວ່າງ ແລະບໍ່ກໍ່ຄວາມບາດເຈັບລົ້ມຕາຍ ຫຼືຄວາມເສຍຫາຍຫຼາຍປານໃດ.

leftcenterrightdel
ອິດສະຣາແອັນ ບຸກໂຈມຕີບັນດາເປົ້າໝາຍຢູ່ ລີບັງ. ພາບ: AFP

ກ່ອນການບຸກໂຈມຕີດັ່ງກ່າວ, Hezbollah ໄດ້ດຳເນີນການຍິງລູກສອນໄຟປະມານ 135 ລູກ, ບຸກໂຈມຕີຢູ່ຫຼາຍເຂດທີ່ແຕກຕ່າງກັນຢູ່ທາງພາກເໜືອ ອິດສະຣາແອັນ. ສ່ວນ IDF ແຈ້ງໃຫ້ຊາບວ່າ, ໄດ້ລະດົມເຮືອບິນສູ້ຮົບ 100 ລຳເພື່ອບຸກໂຈມຕີກວ່າ 120 ເປົ້າໝາຍ Hezbollah ຢູ່ທາງທິດໃຕ້ ລີບັງ ໃນວັນທີ 7 ຕຸລາ.

ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນບັນດາເຫດບຸກໂຈມຕີຄັ້ງຫຼ້າສຸດຂອງ ອິດສະຣາແອັນ ໃສ່ ບີລັງ ຍັງບໍ່ທັນໄດ້ປະກາດເທື່ອ.

ແຫຼ່ງຄັດຈາກ: vovworld.vn