ວັນທີ 20 ພຶດສະພາ, ຂ່າວຈາກຜູ້ມີໜ້າທີ່ຮັບຜິດຊອບ ອີຣານ ໃຫ້ຮູ້ວ່າ ເຮືອບິນເຮລີກອບເຕີໂດຍສານທ່ານປະທານາທິບໍດີ Ebrahim Raisi ແລະ ທ່ານລັດຖະມົນຕີການຕ່າງປະເທດ Hossein Amirabdollahian ຖືກອຸປະຕິເຫດຕົກໃນວັນທີ  19 ພຶດສະພາ ຢູ່ເຂດພູມສັນຖານທີ່ເປັນພູໃນສະພາບອາກາດມີໝອກປົກຄຸມເປັນຢ່າງໜາແໜ້ນ ເມື່ອຫາກໍສິ້ນສຸດການຢ້ຽມຢາມ ອາເຊັກໄບຢານ.  ພາຍຫຼັງເກີດອຸປະຕິເຫດດັ່ງກ່າວ, ປະຊາຄົມສາກົນ ໄດ້ອອກຖະແຫຼງການຕ່າງໆສະແດງການສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອປະເທດ ສາທາລະນະລັດ ອິດສະລາມ ນີ້.

leftcenterrightdel
ທ່ານປະທານາທິບໍດີ ອີຣານ  Ebrahim Raisi  ໃນເຮືອບິນເຮລີກອບເຕີ ກ່ອນເກີດອຸປະຕິເຫດ. ພາບ:  AFP

ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ລັດເຊຍ, ຕວກກີ, ອາຣັບບີ ຊະອຸດິ, ກາຕາ, ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ອາເຊັກໄບຊານ ໃຫ້ຮູ້ວ່າ ເຂົາເຈົ້າພ້ອມແລ້ວທີ່ຈະຊ່ວຍເຫຼືອ ອີຣານ ຊອກຫາເຮືອບິນເຮລີກອບເຕີ, ພ້ອມທັງພາວະນາຂໍໃຫ້ບັນດາເຈົ້າໜ້າທີ່ຜູ້ໂດຍສານ ອີຣານ ປອດໄພ. ໃນນັ້ນ, ລັດເຊຍ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຊ່ວຍສືບສວນສາຍເຫດທີ່ພາໃຫ້ເກີດອຸປະຕິເຫດດັ່ງກ່າວ.

ໃນຂະນະນັ້ນ, ທ່ານ Janez Lenarcic ກຳມະການເອີຣົບ ຮັບຜິດຊອບການແກ້ໄຂວິກິດການໃຫ້ຮູ້ວ່າ ຄະນະກຳມະການໄດ້ເປີດໂປຼແກຼມການບໍລິການດາວທຽມ ເພື່ອຊ່ວຍຊອກຫາຕາມຂໍ້ສະເໜີຂອງ ອີຣານ. ກະຊວງການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ພວມຕິດຕາມຂໍ້ມູນກ່ຽວກັບເຫດການນີ້ຢ່າງໃກ້ຊິດ.

ໄລ່ຮອດຕອນເຊົ້າວັນທີ 20 ພຶດສະພາ, ຂໍ້ມູນຂ່າວກ່ຽວກັບທ່ານປະທານາທິບໍດີ ອີຣານ Ebrahim Raisi ພາຍຫຼັງເຫດການເຮືອບິນ ເຮລີກອບເຕີໂດຍສານການນຳຄົນນີ້ ຕ້ອງລົງຈອດສຸກເສີນຢູ່ເຂດໃກ້ຊາຍແດນ ອາເຊັກໄບຊານ ໃນຕອນບ່າຍວັນທີ 19 ພຶດສະພາ, ແມ່ນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ.

ແຫຼ່ງຄັດຈາກ: vovworld.vn