ຖະແຫຼງການຂອງບັນດາອົງການ ສປຊ ໃຫ້ຮູ້ວ່າ: ສະພາບສຸກເສີນຢູ່ ຊູດັງ ອາດຈະແຜ່ລະບາດໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງຖ້າຫາກວ່າ ການປະທະກັນຍັງເກີດຂຶ້ນ. ໃນບົດກ່າວປາໄສຕໍ່ວົງການນັກຂ່າວຢູ່ ເຊີແນວ ປະເທດສະວິດ, ທ່ານ Christian Lindmeier ໂຄສົກອົງການອະນາໄມໂລກ (WHO) ໄດ້ເນັ້ນໜັກວ່າ ຖ້າການປະທະກັນບໍ່ຢຸດຕິລົງ ແລະການສຳຜັດກັບເຄື່ອງອຸປະຖຳມະນຸດສະທຳສືບຕໍ່ຖືກກີດຂວາງ, ວິກິດການຢູ່ ຊູດັງ ອາດຈະຮ້າຍແຮງຂຶ້ນຕື່ມ ແລະຈະສົ່ງຜົນສະທ້ອນຕໍ່ທົ່ວພາກພື້ນ. ການປະທະກັນອາດຈະພາໄປເຖິງເກີດກະແສຟອງຊາວອົບພະຍົບ, ການແຜ່ຂະຫຍາຍໂລກລະບາດ ແລະສະພາບຂາດການຄ້ຳປະກັນສະບຽງອາຫານ.

ແຫຼ່ງຄັດຈາກ: vovworld.vn