ກຸ່ມ 4 ປະເທດ QUAD ອາເມລິກາ, ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ໃນລະບົບສາກົນ
ລັດຖະມົນຕີການຕ່າງປະເທດບັນດາປະເທດໃນກຸ່ມ 4 ປະເທດ QUAD, ເຊິ່ງລວມມີ: ອາເມລິກາ, ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ, ວັນທີ 22 ກັນຍາ, ໄດ້ມີການພົບປະຢູ່ນອກກອງປະຊຸມສະມັດຊາ ສປຊ ເຊິ່ງດຳເນີນຢູ່ ນິວຢອກ, ອາເມລິກາ.
ບັນດາລັດຖະມົນຕີການຕ່າງປະເທດໄດ້ຢັ້ງຢືນເຖິງການສະໜັບສະໜູນ ສປຊ ແລະປັບປຸງການຮ່ວມມືຂອງກຸ່ມໃນລະບົບສາກົນ. ບັນດາລັດຖະມົນຕີ ກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລສາກົນ ໂດຍອີງໃສ່ຂໍ້ກຳນົດກົດໝາຍ.
ທ່ານລັດຖະມົນຕີການຕ່າງປະເທດຂອງ 4 ປະເທດດັ່ງກ່າວ ກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການບັນລຸໄດ້ສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະຍາວນານຢູ່ຢູແກຼນ; ຢັ້ງຢືນຄຳໝັ້ນສັນຍາສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສີ້ນເຊີງ ແລະຢັ້ງຢືນການສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂສະພາບການຢູ່ ມຽນມາ ໂດຍ ອາຊຽນ ນຳໜ້າ.
ແຫຼ່ງຄັດຈາກ: vovworld.vn