ຮາມາດສ ເຫັນດີຕໍ່ຂໍ້ສະເໜີຢຸດຍິງຂອງ ອີຢິບ ແລະ ກາຕາ
ວັນທີ 29 ມີນາ, ທ່ານຫົວໜ້າ ຮາມາດສ Khalil al-Hayya ໃຫ້ຮູ້ວ່າ ກຳລັງນີ້ໄດ້ເຫັນດີຕໍ່ຂໍ້ສະເໜີຢຸດຍິງທີ່ໄດ້ຮັບໃນວັນທີ 27 ມີນາ ຈາກ ອີຢິບ ແລະ ກາຕາ, ເປັນສອງປະເທດສວມບົດບາດຄົນກາງໄກເກ່ຍຕົ້ນຕໍໃນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານ Khalil al-Hayya, ຢືນຢັນວ່າ ຮາມາດສ ຈະບໍ່ຍອມປົດອາວຸດຖ້າຫາກວ່າ ອິດສະຣາແອັນ ສືບຕໍ່ຢຶດຄອງບັນດາເຂດດິນແດນຂອງຊາວ ປາແລັດສະຕິນ.