leftcenterrightdel
ກ່ຳປັ່ນ Aroyat ກຳລັງເຄື່ອນຍ້າຍໄປຍັງທ່າກໍາປັ່ນ Chornomorsk ຂອງຢູແກຼນ ໃນວັນທີ 16 ກັນຍາ 2023. ພາບ: AFP

ນັບແຕ່ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຊາວກະສິກອນຢູແກຼນ ຕ້ອງເພີ່ງພາອາໄສບັນດາປະເທດ ບ້ານໃກ້ເຮືອນຄຽງເພື່ອນສົ່ງອອກທັນຍາພືດ. ເຖິງຢ່າງໃດກໍຕາມ, ທັນຍາພືດ ແລະ ພືດທີ່ມີນ້ຳມັນ ໄດ້ວາງຂາຍຢູ່ທົ່ວຕະຫຼາດບັນດາປະເທດບ້ານໃກ້ເຮືອນຄຽງ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງຊາວກະສິກອນ ເຮັດໃຫ້ລັດຖະບານຂອງບັນດາປະເທດນີ້ ຕ້ອງຫ້າມນຳເຂົ້າຜະລິດຕະພັນກະເສດຈາກ ຢູແກຼນ.

ເດືອນພຶດສະພາຜ່ານມາ, ສະຫະພາບເອີຣົບ (ອີຢູ) ໄດ້ຮັບມືເພື່ອສະກັດກັ້ນແຕ່ລະປະເທດທີ່ມີການກະທຳຕາມລຳພັງໃຈ. ຕາມຂໍ້ຕົກລົງຂອງ ອີຢູແລ້ວ, ຢູແກຼນ ໄດ້ຮັບອະນຸຍາດສົ່ງອອກຜ່ານບັນດາປະເທດນີ້ ດ້ວຍເງື່ອນໄຂທີ່ວ່າ ບັນດາຜະລິດຕະພັນຕ້ອງໄດ້ຂາຍຢູ່ບັນດາສະຖານທີ່ອື່ນ.

ແຫຼ່ງຄັດຈາກ: vovworld.vn