leftcenterrightdel
ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດອີຣານ. ພາບ: ພາບ: IRNA

ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳອາທິດ, ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດອີຣານ ຊີ້ແຈ້ງວ່າ: “ອີຣານ ແລະ ອີຣັກ ໄດ້ລົງນາມໃນຂໍ້ຕົກລົງ, ຕາມນັ້ນແລ້ວ, ອີຣັກ ໃຫ້ຄຳໝັ້ນສັນຍາຈະປົດອາວຸດ, ລົບລ້າງບັນດາຖານທີ່ໝັ້ນດ້ານການທະຫານ ແລະຍົກຍ້າຍທະຫານແຍກຕົວປະກອບອາວຸດ ແລະບັນດາກຸ່ມກໍ່ການຮ້າຍຢູ່ໃນຜືນແຜ່ນດິນຂອງຕົນໄປເຂດອື່ນ ກ່ອນວັນທີ 19 ກັນຍາ”. ແຈ້ງການກໍ່ບໍ່ເຜີຍໃຫ້ຮູ້ສະຖານທີ່ເຊິ່ງບັນດາກຸ່ມປະກອບອາວຸດ ຈະໄດ້ຍົກຍ້າຍໄປ. ຝ່າຍອີຣານ ຍັງບໍ່ທັນຍົກອອກຄຳເຫັນໃດໆ.

ແຫຼ່ງຄັດຈາກ: vovworld.vn