ອັງກິດ ຂຶ້ນແຜນການຈັດກອງປະຊຸມຄັ້ງທຳອິດຂອງໂລກກ່ຽວກັບ AI
ວັນທີ 24 ສິງຫາ, ລັດຖະບານອັງກິດ ປະກາດຈະຈັດກອງປະຊຸມສຸດຍອດທົ່ວໂລກ ກ່ຽວກັບຄວາມປອດໄພປັນຍາປະດິດ (AI) ໃນເດືອນພະຈິກຈະມາເຖິງ. ໃນຖະແຫຼງການສະບັບໜຶ່ງ, ລັດຖະບານອັງກິດ ຊີ້ແຈ້ງວ່າ ຄາດວ່າ ກອງປະຊຸມຈະດຳເນີນໃນວັນທີ 1 - 2 ພະຈິກ ຢູ່ສວນສາທາລະນະ Bletchley, ນະຄອນ Milton Keynes.
ຜູ້ອຳນວຍການຝ່າຍບໍລິຫານຂອງຫຼາຍບໍລິສັດເຕັກໂນໂລຢີ, ເຈົ້າໜ້າທີ່ລັດຖະບານ ແລະນັກຮຽນຮູ້ຈະຈັດກອງປະຊຸມ ເພື່ອພິຈາລະນາບັນດາຄວາມສ່ຽງ ໂດຍ AI ກໍ່ຂຶ້ນ ແລະປຶກສາຫາລືວິທີການຫຼຸດຜ່ອນບັນດາຄວາມສ່ຽງນີ້.
ທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ເນັ້ນໜັກວ່າ ອັງກິດແມ່ນສະຖານທີ່ດີທີ່ສຸດເພື່ອຈັດກອງປະຊຸມຄັ້ງທຳອິດໃນໂລກກ່ຽວກັບຄວາມປອດໄພ AI ຍ້ອນວ່າ ແຕ່ດົນນານມາແລ້ວ ປະເທດນີ້ແມ່ນສະຖານທີ່ພັດທະນາບັນດາເຕັກໂນໂລຢີໃນອະນາຄົດ. ກອງປະຊຸມໄດ້ຂຶ້ນແຜນການໃນສະພາບການລັດຖະບານບັນດາປະເທດໃນໂລກ ຕ້ອງປະເຊີນໜ້າກັບບັນຫາຫຍຸ້ງຍາກແມ່ນເຮັດແນວໃດເພື່ອຄວບຄຸມບັນດາຄວາມສ່ຽງຊ້ອມແຝງຂອງ AI ເຊິ່ງບໍ່ຈຳກັດນະວັດຕະກຳ.
ແຫຼ່ງຄັດຈາກ: vovworld.vn