ນີ້ແມ່ນແຈ້ງການເປັນທາງການໂດຍ ອົງການຄົ້ນຄ້ວາອາວະກາດອິນເດຍ (ISRO) ຍົກອອກມາໃນວັນທີ 20 ສິງຫາ. ຖ້າຫາກຍານອາວະກາດລົງຈອດສຳເລັດນັ້ນ, ອິນເດຍ ຈະກາຍເປັນປະເທດທີ 4 ໃນໂລກທີ່ບັນລຸຜົນງານດັ່ງກ່າວ, ຖັດຈາກ ອາເມລິກາ, ລັດເຊຍ ແລະ ຈີນ.

ຍານອາວະກາດ Chandrayaan-3, ໄດ້ຖືກຍິງຂຶ້ນແຕ່ວັນທີ 14 ກໍລະກົດ ຜ່ານມາ ແລະ ໄປຮອດວົງໂຄຈອນຂອງດວງຈັນໃນວັນທີ 5 ສິງຫາ. ຫຼັງຈາກນັ້ນ, ຍານໄດ້ແຍກຕົວອອກເຄື່ອນໄຫວແບບອັດຕະໂນມັດ ໃນວັນທີ 17 ສິງຫາ ເພື່ອກຽມລົງຈອດຢູ່ດວງຈັນ. ຄາດວ່າ, ຍານຈະປະຕິບັດສຳເລັດການເດີນທາງເປັນເວລາ 40 ວັນ ແລະລົງຈອດຢູ່ຂົ້ວສົ້ນໃຕ້ສຸດຂອງດວງຈັນ ໃນວັນທີ 23 ສິງຫາ, ຫຼັງຈາກນັ້ນຈະປະຕິບັດໜ້າທີ່ສຳຫຼວດ ແລະທົດລອງໃນເວລາ 2 ອາທິດ.

ແຫຼ່ງຄັດຈາດ: vovworld.vn