ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ອອກຖະແຫຼງການຮ່ວມມືໃຫ້ຄຳໝັ້ນສັນຍາເປີດກວ້າງການຮ່ວມມືສາມຝ່າຍ
ທ່ານປະທານາທິບໍດີອາເມລິກາ Joe Biden ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ມີການພົບປະຢູ່ເຂດພັກຜ່ອນບຳລຸງສຸຂະພາບຂອງທ່ານປະທານາທິບໍດີອາເມລິກາຢູ່ ຄ້າຍ David, ລັດ Maryland ໃນວັນທີ 18 ສິງຫາ.
ພາຍຫຼັງການພົບປະ, ສາມຝ່າຍໄດ້ອອກຖະແຫຼງການຮ່ວມດ້ວຍຊື່ທີ່ວ່າ: “ຈິດໃຈຂອງຄ້າຍ David”, ໂດຍເນັ້ນໜັກເຖິງຄຳໝັ້ນສັນຍາເປີດກວ້າງການຮ່ວມມືສາມຝ່າຍ, ເພີ່ມທະວີພື້ນຖານເສດຖະກິດ, ສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍສາກົນແບບເສລີ ແລະເປີດກວ້າງ ໂດຍອີງໃສ່ຄວາມເຄົາລົບກົດໝາຍ ແລະການປັບປຸງສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ ແລະທົ່ວໂລກ.
    |
 |
ທ່ານປະທານາທິບໍດີອາເມລິກາ Joe Biden ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida. ພາບ: Reuters-Yonhap |
ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ໄດ້ຢັ້ງຢືນບົດບາດໃຈກາງ ແລະຄວາມສາມັກຄີຂອງອາຊຽນ ກໍ່ຄືການສະໜັບສະໜູນຂອງສາມປະເທດ ຕໍ່ໂຄງປະກອບໃນພາກພື້ນ ໂດຍອາຊຽນນຳໜ້າ. ສາມປະເທດໄດ້ໃຫ້ຄຳໝັ້ນສັນຍາຈະສົມທົບກັບບັນດາຄູ່ຮ່ວມມືອາຊຽນ ຢ່າງແໜ້ນແຟ້ນເພື່ອປະຕິບັດວິໄສທັດຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ.
ຖະແຫຼງການຮ່ວມ ກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງສາມປະເທດຕໍ່ການປອດນິວເຄຼຍຢ່າງສິ້ນເຊິງຢູ່ແຫຼມເກົາຫຼີ ບົນພື້ນຖານບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະຮຽກຮ້ອງໃຫ້ພຽງຢາງ ປະລະໂຄງການນິວເຄຼຍ ແລະລູກສອນໄຟນຳວິຖີຂອງຕົນ.
ແຫຼ່ງຄັດຈາກ: vovworld.vn