leftcenterrightdel
ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂາວ. ພາບ: ZUMA Press

ກ່າວຄໍາເຫັນທີ່ກອງປະຊຸມປະຈຳປີ ຂອງສະມາຄົມຄວບຄຸມອາວຸດຂອງອາເມລິກາ ຢູ່ນະຄອນຫຼວງວໍຊິງຕັນ, ທ່ານ Sullivan ຊີ້ແຈ້ງວ່າ ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຈຳກັດຈຳນວນລູກປືນນິວເຄຼຍ ທີ່ໄດ້ລະບຸໃນສົນທິສັນຍາ New START ຈົນຮອດເວລາໃດທີ່ ລັດເຊຍ ປະຕິບັດການກະທຳຄ້າຍຄືກັນ. ທ່ານກໍຮຽກຮ້ອງໃຫ້ ມົດສະກູ ເຂົ້າຮ່ວມສົນທິສັນຍາສະບັບໃໝ່ ແທນໃຫ້ New START ເຊິ່ງຈະໝົດຜົນສັກສິດໃນປີ 2026. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ທຳນຽບຂາວ ຢັ້ງຢືນວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບສົນທິສັນຍາສະບັບໃໝ່ກັບ ຈີນ ເຊິ່ງບໍ່ຈຳເປັນຕ້ອງມີເງື່ອນໄຂຕັດສິນຊີ້ຂາດ.

ແຫຼ່ງຄັດຈາກ: vovworld.vn