leftcenterrightdel
ນັກການທູດສາມປະເທດ ອາເມລິກາ, ມົງໂກນ, ສ.ເກົາຫຼີ. ພາບ: Yonhap

ຮອງຫົວໜ້າຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະປາຊີຟິກ ທ່ານ Mark Lambert, ພ້ອມກັບຄູ່ຕຳແໜ່ງມົງໂກນ ທ່ານ Byambasuren Guntevsuren ແລະ ຝ່າຍ ສ.ເກົາຫຼີ ທ່ານ Choi Yong Jun ໄດ້ສະແດງຄວາມພ້ອມຈັດກອງປະຊຸມສາມຝ່າຍເປັນປະຈຳ ບົນພື້ນຖານໝູນວຽນຢູ່ແຕ່ລະປະເທດ. ໃນການພົບປະ, ສາມປະເທດກໍ່ພ້ອມກັນສະແດງຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງເມື່ອນຳໃຊ້ອາວຸດນິວເຄຼຍໃນການປະທະກັນຢູ່ ຢູແກຼນ, ພ້ອມທັງປຶກສາຫາລືກ່ຽວກັບບາງບັນຫາອື່ນໆຂອງພາກພື້ນ ແລະທົ່ວໂລກ, ລວມທັງຄວາມມານະພະຍາຍາມຮັກສາພາກພື້ນມະຫາສະໝຸດອິນເດຍ - ປາຊິກຟີກ ເສລີ ແລະເປີດກວ້າງ.

ແຫຼ່ງຄັດຈາກ: vovworld.vn