leftcenterrightdel
ທ່ານປະທານາທິບໍດີ Joe Biden  ແລະທ່ານປະທານສະພາຕ່ຳ Kevin McCarthy. ພາບ:  AFP

ປັດຈຸບັນ, ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານສະພາຕ່ຳ McCarthy ຍັງມີຄວາມບໍ່ລົງລອຍກັນກ່ຽວກັບລາຍຈ່າຍ, ພາສີອາກອນ ແລະຄວາມຮຽກຮ້ອງຕ້ອງການວຽກງານ ສຳລັບໂຄງການຕ້ານຄວາມອຶດຫິວທຸກຍາກ. ແຕ່ທັງສອງຝ່າຍເຊື່ອໝັ້ນວ່າ ເຂົາເຈົ້າອາດຈະຊອກຫາສຽງເວົ້າລວມໄດ້ໂດຍໄວ ພາຍຫຼັງການເຈລະຈາຢ່າງມີປະສິດທິຜົນທີ່ແກ່ຍາວມາເປັນເວລາຫຼາຍຊົ່ວໂມງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ McCarthy ໃຫ້ຮູ້ວ່າ ໄດ້ຮັບຮູ້ບາງຄວາມກ້າວໜ້າທີ່ຈະແຈ້ງ, ເຖິງຢ່າງໃດກໍ່ຕາມກໍ່ຍັງມີບາງບັນຫາທີ່ຄົງຕົວ ແຕ່ກຸ່ມນັກເຈລະຈາຈະເຮັດວຽກ 24 ຊົ່ວໂມງ/ວັນ ເພື່ອພະຍາຍາມແກ້ໄຂບັນຫານີ້. ໃນຂະນະນັ້ນ, ທ່ານ Kevin Hern ສະມາຊິກສະພາຕ່ຳໃຫ້ຮູ້ວ່າ ຂໍ້ຕົກລົງກ່ຽວກັບລະດັບເພດານໜີ້ສາທາລະນະອາດຈະບັນລຸໄດ້ໃນຕອນແລງ ວັນທີ 26 ພຶດສະພາ. ສິ່ງນີ້ອາດຫຼີກລ້ຽງໄດ້ຄວາມສ່ຽງລົ້ມລະລາຍ ທີ່ເຮັດໃຫ້ຕະຫຼາດການເງິນໂລກຂາດສະຖຽນລະພາບ ແລະ ຍູ້ອາເມລິກາ ຕົກເຂົ້າສູ່ສະພາບຊຸດໂຊມ.

ແຫຼ່ງຄັດຈາກ: vovworld.vn