ທ່ານ Emmanuel Macron ກາຍເປັນປະທານາທິບໍດີຝລັ່ງ ຄົນທຳອິດ ທີ່ໄປຢ້ຽມຢາມປະເທດມົງໂກລີ ພາຍຫຼັງສິ້ນສຸດການເຂົ້າຮ່ວມໂຄງການດຳເນີນງານທີ່ກອງປະຊຸມສຸດຍອດບັນດາປະເທດອຸດສາຫະກຳພັດທະນາ G7 ຢູ່ຍີ່ປຸ່ນ.

leftcenterrightdel
ການຕ້ອນຮັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ ຢູ່ສະໜາມບິນ. ພາບ:Le Monde

ທີ່ກອງປະຊຸມກັບຄູ່ຕຳແໜ່ງມົງໂກລີ ທ່ານ Ukhnaa Khurelsukh, ທ່ານປະທານາທິບໍດີ Emmanuel Macron ໄດ້ເນັ້ນໜັກການບຸລິມະສິດເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບມົງໂກລີ, ພິເສດແມ່ນໃນຂົງເຂດພະລັງງານ. ຜູ້ນຳຝລັ່ງ ປາດຖະໜາວ່າ ລັດຖະບານ ມົງໂກລີ ສະໜັບສະໜູນການອອກໜັງສືອະນຸຍາດການເຄື່ອນໄຫວໃຫ້ແກ່ກຸ່ມບໍລິສັດພະລັງງານນິວເຄຼຍຂອງ ຝລັ່ງ Orano ປະຕິບັດໂຄງການຂຸດຄົ້ນ uranium ດ້ວຍຂອບຂະໜາດໃຫຍ່ ຢູ່ທະເລຊາຍ Gobi ຂອງມົງໂກລີ ຕາມຍຸດທະສາດຫັນແຫຼ່ງສະໜອງພະລັງງານ ເປັນຫຼາຍຮູບຫຼາຍແບບ ແລະຮັບປະກັນອະທິປະໄຕດ້ານພະລັງງານຂອງຝລັ່ງ.

ແຫຼ່ງຄັດຈາກ: vovworld.vn