leftcenterrightdel
ພາບປະກອບ : AFP

ກ່ອນໜ້ານັ້ນ, ວັນທີ 9 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂໍ້ສັງເກດວ່າ, ປະຈຸບັນ, ບັນດາການເຈລະຈາສັນຕິພາບເພື່ອແນໃສ່ຢຸດຕິການປະທະກັນ ຢູ່ ຢູແກຼນ ຍັງບໍ່ທັນດຳເນີນໄດ້ໃນຈຸດເວລານີ້ ຍ້ອນທັງ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ຈະຍາດໄດ້ໄຊຊະນະ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມເປັນຄົນກາງໄກ່ເກ່ຍຂອງຈີນ ແລະ ບຣາຊິນ ໃນການປະທະກັນຢູ່ ຢູແກຼນ, ທ່ານຖືວ່າ ເລື່ອງບັນລຸສັນຕິພາບນັ້ນແມ່ນຍັງບໍ່ສາມາດບັນລຸໄດ້, ພ້ອມທັງສະແດງຄວາມຫວັງວ່າ ການເຈລະຈາສັນຕິພາບອາດຈະດຳເນີນໃນອະນາຄົດ.

ແຫຼ່ງຄັດຈາກ: vovworld.vn