ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອົງການຮ່ວມມື ຊຽງໄຮ (SCO) ຢູ່ ລັດ Goa, ພາກຕາເວັນຕົກອິນເດຍ, ທ່ານລັດຖະມົນຕີການຕ່າງປະເທດອິນເດຍ S Jaishankar ເນັ້ນໜັກວ່າ: ບຸລິມະສິດໃນຕໍ່ໜ້າ ລວມມີສະໜອງການຊ່ວຍເຫຼືອມະນຸດສະທຳ, ຮັບປະກັນມີລັດຖະບານຕາງໜ້າ ແລະກວມລວມຢ່າງແທ້ຈິງ, ຕ້ານການກໍ່ການຮ້າຍ ແລະຕ້ານການຄ້າຂາຍຢາເສບຕິດ, ພ້ອມທັງປົກປ້ອງສິດຂອງແມ່ຍິງ, ເດັກຍິງ ແລະ ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ.

leftcenterrightdel
ແມ່ຍິງຮັບສະບຽງອາຫານຈາກອົງການກຸສົນ ໃນເດືອນ Ramadan ຢູ່ອາບການິດສະຖານ. ພາບ: AFP

ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເນັ້ນໜັກວ່າ: ມົດສະກູ ມີຄວາມຫວັງວ່າ ການນຳຕາລີບານ ຈະ “ປະຕິບັດຄຳໝັ້ນໝາຍຂອງຕົນຕໍ່ເລື່ອງສ້າງຕັ້ງລັດຖະບານກວມລວມ”.

ແຫຼ່ງຄັດຈາກ: vovworld.vn