leftcenterrightdel
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາບັນຫາທີ່ກ່ຽວຂ້ອງພວມໄດ້ຮັບການປຶກສາຫາລື ຢູ່ກອງປະຊຸມຂອງ BRICS ແລະສິ່ງນີ້ຮຽກຮ້ອງຕ້ອງການໃຫ້ມີການໄຈ້ແຍກຢ່າງລະອຽດ ແລະ ວຽກງານພາຍໃນທີ່ລະອຽດອ່ອນຂອງ 5 ປະເທດສະມາຊິກ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ. ຕາມທ່ານນາງ Maria Zakharova ແລ້ວ, ການເປີດກວ້າງ BRICS ໃນປັດຈຸບັນມີຄວາມໝາຍຫຼາຍກ່ວາອີກ ແລະກຸ່ມພວມສຸມໃສ່ຫົວຂໍ້ນີ້. ທ່ານນາງກໍ່ເນັ້ນໜັກວ່າບັນຫາພວມໄດ້ຮັບການປຶກສາຫລືຈາກການນຳ ແລະລັດຖະມົນຕີການຕ່າງປະເທດ 5 ປະເທດ. ທ່ານນາງກໍ່ຄັດສະເໜີຖະແຫຼງການ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ BRICS ຄັ້ງທີ 14 ຢູ່ປັກກິ່ງ (ປະເທດຈີນ), ໄດ້ຍົກອອກການແນະນຳການສ້າງບັນດາຫຼັກການ, ມາດຕະຖານ, ມາດຖານ ແລະລະບຽບການທີ່ເໝາະສົມ.

ປັດຈຸບັນ, BRICS ມີປະເທດສະມາຊິກ 5 ປະເທດນັ້ນແມ່ນ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້. ວົງການນັກຊ່ຽວຊານໃຫ້ຮູ້ວ່າ ກຸ່ມອາດຈະຮັບບັນດາປະເທດ ຄື: ເມັກຊີໂກ, ປາກິດສະຖານ ແລະ ສິລັງກາ ເຂົ້າເປັນສະມາຊິກໃໝ່.

ແຫຼ່ງຄັດຈາກ: vovworld.vn