leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຢູແກຼນ Dmytro Kuleb. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Kuleba ແລ້ວ, ໃນການໂອ້ລົມທາງໂທລະສັບ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ສະເໜີແກ້ໄຂການປະທະກັນ ໂດຍທ່ານປະທານາທິບໍດີຢູແກຼນ Volodymyr Zelensky ຍົກອອກມາ ແລະ Kiev ໄດ້ຖືວ່ານີ້ແມ່ນ “ສູດຕຳລາສັນຕິພາບ”.

ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດຈີນ ກ່ຽວກັບການໂອ້ລົມທາງໂທລະສັບນີ້ໃຫ້ຮູ້ວ່າ ທ່ານສີນກາງ ຢັ້ງຢືນວ່າ ຈີນ ຈະສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສັນເພື່ອແນໃສ່ຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ເຮັດໃຫ້ວິກິດການຜ່ອນຄາຍລົງ ແລະຟື້ນຟູສັນຕິພາບລະຫວ່າງຢູແກຼນ ແລະລັດເຊຍ.

ແຫຼ່ງຄັດຈາກ: vovworld.vn