leftcenterrightdel
ທ່ານນາຍົກລັດຖະມົນຕີ Kyriakos Mitsotakis. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຄຳກ່າວຫານີ້ ແມ່ນແນໃສ່ອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີ Kyriakos Mitsotakis ໄດ້ເພີ່ມທະວີຂຶ້ນ ນັບແຕ່ເດືອນສິງຫາ 2022, ພາຍຫຼັງທີ່ການນຳຂອງພັກສັງຄົມນິຍົມ PASOK ຝ່າຍຄ້ານ (ພັກໃຫຍ່ທີ 3 ຢູູ່ເກຼັກ) ໃຫ້ຮູ້ວ່າ ອົງການສືບລາຊະການລັບແຫ່ງຊາດ EYP ໄດ້ຕິດຕາມການໂອ້ລົມທາງໂທລະສັບຂອງທ່ານໃນປີ 2021.

ລັດຖະບານ ເກຼັກ ໄດ້ປະຕິເສດທຸກຂໍ້ກ່າວຫາກ່ຽວກັບການກະທຳລັກຟັງໂດຍເຈດຕະນາ. ທ່ານນາຍົກລັດຖະມົນຕີ Mitsotakis ໄດ້ຢັ້ງຢືນວ່າການລັກຟັງໂທລະສັບໄດ້ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ, ແຕ່ກໍ່ຍອມຮັບວ່າສິ່ງດັ່ງກ່າວແມ່ນບໍ່ເໝາະສົມ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ