leftcenterrightdel
ກໍາປັ່ນອາເມລິກາ ທີ່ການຊ້ອມຮົບ. ພາບ:AFP

ນີ້ໄດ້ຮັບຖືວ່າແມ່ນການຊ້ອມຮົບຂອງກອງທັບເຮືອນາໆຊາດ ດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ ໂດຍກອງທັບເຮືອອາເມລິກາ ນຳໜ້າ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 25 ປະເທດ.

ຕາມກອງທັບເຮືອອາເມລິກາ ແລ້ວ, ຫຼາຍປະເທດຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນມີ ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ຟີລິບປີນ ໄດ້ເຂົ້າຮ່ວມ RIMPAC 2022. ບາງປະເທດຢູ່ເອີລົບ, ໃນນັ້ນມີ ອັງກິດ, ຝລັ່ງ ແລະເຢຍລະມັນ ກໍ່ໄດ້ເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ມີກໍາປັ່ນ 38 ລຳ, ກໍາປັ່ນດຳນ້ຳ 4 ລຳ, ເຮືອບິນ 170 ລຳ ແລະພົນທະຫານກ່ວາ 25.000 ຄົນ ໄດ້ເຂົ້າຮ່ວມການຊ້ອມຮົບຢູ່ເຂດໝູ່ເກາະ Hawaii ແລະ California ໃຕ້.

ແຫຼ່ງຄັດຈາກ: vovworld.vn