leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ວັນທີ 30 ມິຖຸນາ, ສຳນັກຂ່າວສານກຸຍບາ Prensa Latina (PL) ໃຫ້ຮູ້ວ່າ, ທ່ານເລຂາຜູ້ທີໜຶ່ງພັກກອມມູນິດ ທັງເປັນປະທານກຸຍບາ Miguel Diaz Xanel Bermudez ຫາກໍ່ດຳເນີນການເຈລະຈາທາງໄກ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ໃນນັ້ນການນຳສອງທ່ານໄດ້ຢືນຢັນຄືນໃໝ່ເຖິງຄວາມຕັດສິນໃຈຊຸກຍູ້ການພົວພັນຮ່ວມມືສອງຝ່າຍ. ຕາມສຳນັກຂ່າວສານ PL ແລ້ວ, ໃນການເຈລະຈາ, ທ່ານປະທານ ກຸຍບາ Miguel Diaz Xanel Bermudez ໄດ້ເນັ້ນໜັກວ່າ: “ໄລຍະທາງດ້ານພູມສາດ, ຄວາມແຕກຕ່າງກັນດ້ານພາສາ, ວັດທະນະທຳ ແລະ 2 ປີທີ່ເກີດໂລກລະບາດຜ່ານມາ ກໍ່ບໍ່ສາມາດກີດຂວາງນ້ຳໃຈມິດຕະພາບທີ່ນັບມື້ນັບສະໜິດແໜ້ນລະຫວ່າງລາວ ແລະກຸຍບາ ໄດ້”.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: “ຍາມໃດ ກຸຍບາ ກໍ່ມີອ້າຍນ້ອງລາວ ຄຽງບ່າຄຽງໄຫຼ່”, ພ້ອມທັງສົ່ງຄຳສະບາຍດີເຖິງທ່ານພົນເອກ Raul Castro, ຜູ້ນຳປະຕິວັດປະຫວັດສາດ ແລະແມ່ນ “ເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນລາວ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ