leftcenterrightdel
ທ່ານ John Kirby ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ວໍຊິງຕັນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 25 ມິຖຸນາ, ທ່ານ John Kirby, ຜູ້ປະສານງານຕິດຕໍ່ພົວພັນຍຸດທະສາດ ຂຶ້ນກັບສະພາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ໄດ້ເນັ້ນໜັກວ່າ "ວໍຊິງຕັນ ຍັງຄົງເຊື່ອໝັ້ນກ່ຽວກັບຄວາມສາມາດຟື້ນຟູຂໍ້ຕົກລົງນິວເຄຼຍ ກັບອີຣານ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Kirby ຊີ້ແຈ້ງວ່າ ອາເມລິກາ ເຊື່ອໝັ້ນຕໍ່ເລື່ອງຟື້ນຟູແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA)", ພ້ອມທັງຢັ້ງຢືນ ວໍຊິງຕັນ ຍາມໃດກໍ່ເຊີດຊູຄວາມສຳຄັນຂອງຂໍ້ຕົກລົງນິວເຄຼຍປະຫວັດສາດນີ້.

ຄຳຖະແຫລງດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ທ່ານ Josep Borrell  ຜູ້ຕາງຫນ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດຂອງອີຢູ ໃຫ້ຮູ້ວ່າ ການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມໃນປີ 2015 ກັບອີຣານ ຈະໄດ້ເຊື່ອມຕໍ່ໃນຊຸມມື້ຈະມາເຖິງ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ