ຕາມແຈ້ງການຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ເຈົ້າໜ້າທີ່ ຈາກບັນດາປະເທດ Saudi Arabia, Kuwait, Oman ແລະ Bahrain ກໍ່ຄືທ່ານເລຂານຸການໃຫຍ່ສະພາການຮ່ວມມືເຂດອ່າວເປີເຊຍ (GCC) Nayef bin Falah al-Hajrah, ໄປຢ້ຽມຢາມ ຈີນ ແຕ່ວັນທີ 10 ຫາ 14 ມັງກອນ. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ບໍ່ສະໜອງຂໍ້ມູນລະອຽດກ່ຽວກັບການຢ້ຽມຢາມຂອງລັດຖະມົນຕີຕ່າງປະເທດ ບັນດາປະເທດເຂດອ່າວເປີເຊຍ, ແຕ່ຄາດວ່າ ບັນດາຝ່າຍຈະປຶກສາຫາລືກ່ຽວກັບຄວາມສາມາດເພີ່ມທະວີການພົວພັນດ້ານພະລັງງານກັບ ບັກກິງ.

ແຫຼ່ງຄັດຈາກ: vovworld.vn