leftcenterrightdel
ທ່ານນາງຮອງປະທານາທິບໍດີ Delcy Rodriguez ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວໃນວັນທີ 10 ມີນາ ປີ 2025. ພາບເອກະສານ: REUTERS

ສານລັດຖະທຳມະນູນຊີ້ແຈ້ງວ່າ ເລື່ອງທ່ານນາງ Delcy Rodriguez ຮັບດຳລົງຕຳແໜ່ງ “ປະທານາທິບໍດີ ສ. Bolivar Venezuela ເພື່ອແນໃສ່ຮັບປະກັນການຕໍ່ເນື່ອງກ່ຽວກັບດ້ານບໍລິຫານ ແລະການປ້ອງກັນຊາດຢ່າງຮອບດ້ານຂອງປະເທດນີ້.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ Delcy Rodriguez ໃຫ້ຮູ້ວ່າ ທ່ານນາງໄດ້ຮຽກຕົວສະມາຊິກສະພາປ້ອງກັນຄວາມສະຫງົບ ພາຍຫຼັງທີ່ອາເມລິກາ ຖະແຫຼງດຳເນີນບັ້ນການທະຫານ ຢູ່ເວເນຊູເອລາ.

ຕາມທ່ານນາງແລ້ວ, ຈຸດປະສົງຂອງບັ້ນຮົບໂດຍອາເມລິກາ ດຳເນີນ “ແມ່ນການກໍ່ລັດຖະປະຫານ ແລະຢຶດເອົາຊັບພະຍາກອນທຳມະຊາດ” ຂອງ ເວເນຊູເອລາ.

ແຫຼ່ງຄັດຈາກ: vovworld.vn