22 ປະເທດ ອິດສະລາມ, ອາຣັບ ແລະ ອາຟະລິກາ ກ່າວປະນາມ ອິດສະຣາແອັນ ກ່ຽວກັບບັນຫາ Somaliland
ວັນທີ 8 ມັງກອນ, ລັດຖະມົນຕີການຕ່າງປະເທດ 22 ປະເທດ ອາຣັບ, ອິດສະລາມ ແລະ ອາຟະລິກາ, ໃນນັ້ນ ມີີອີຢິບ, ອານເຊຣີ, ບັງກະລາເທດ, ອິນໂດເນເຊຍ, ອີຣານ, ຈໍແດນ, ກູເວດ, ລີບີ, ນີເຊເຣຍ, ໂອມານ, ປາກິດສະຖານ, ກາຕາ, ອາຣັບບິ ຊະອຸດິ, ໂຊມາລີ, ຊູດັງ, ຕວັກກີ… ໄດ້ອອກຖະແຫຼງການຮ່ວມກ່າວປະນາມເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ໄປຢ້ຽມຢາມ Somaliland ໃນວັນທີ 6 ມັງກອນ, ເຊິ່ງເປັນເຂດດິນແດນຖະແຫຼງປະກາດເອກະລາດແຍກອອກຈາກ ໂຊມາລີ ແລະ ໄດ້ຮັບການຮັບຮອງເອົາຈາກປະເທດ ອິດສະຣາແອັນ ປະເທດດຽວ.
    |
 |
|
ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Gideon Sa’ar. ພາບເອກະສານ: REUTERS |
ຖະແຫຼງການຮ່ວມຢັ້ງຢືນວ່າ ການກະທຳຂອງທ່ານ Gideon Sa’ar ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ແມ່ນການລະເມີດກົດໝາຍສາກົນ, ສົ່ງຜົນເສຍຫາຍຕໍ່ບັນດາມາດຕະຖານສາກົນທີ່ໄດ້ສ້າງຂຶ້ນ ແລະ ກົດບັດ ສປຊ; ພ້ອມທັງ, ກໍ່ມີຄວາມສ່ຽງເພີ່ມທະວີຄວາມເຄັ່ງຕຶງຢູ່ພາກພື້ນ ທີ່ພວມເຕັມໄປດ້ວຍຄວາມຂາດສະຖຽນລະພາບຂຶ້ນຕື່ມອີກ.
ກໍໃນຖະແຫຼງການສະບັບດັ່ງກ່າວ, ລັດຖະມົນຕີການຕ່າງປະເທດ 22 ປະເທດ ກໍໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນອັນໝັ້ນແກ່ນສຳລັບອະທິປະໄຕ, ຄວາມເຫັນດີເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງໂຊມາລີ; ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບກົດໝາຍສາກົນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດອື່ນ ແລະ ປະຕິບັດບັນດາມາດຕະຖານທາງການທູດເພື່ອຮັກສາສະຖຽນລະພາບໃນພາກພື້ນ ກໍຄືສາກົນ.
ແຫຼ່ງຄັດດຈາກ: vovworld.vn