ໃນການພົບປະຄັ້ງນີ້, ທ່ານປະທານປະເທດ ຈີນ ຖືວ່າ ປັກກິ່ງ ແລະ ມົດສະກູ ຄວນເພີ່ມທະວີຄວາມມານະພະຍາຍາມລວມ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄົງຂອງແຕ່ລະຝ່າຍ. ໄປຄຽງຄູ່ກັນນັ້ນ, ທ່ານປະທານປະເທດ ຈີນ ສີຈິ້ນຜີງ ໄດ້ຮຽກຮ້ອງໃຫ້ 5 ປະເທດກຳມະການຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ ເພີ່ມທະວີການສົມທົບກັນໃນການປັບປຸງການຮ່ວມມືຕ້ານໂລກລະບາດ, ປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງທົ່ວໂລກ ກໍ່ຄືຊຸກຍູ້ການຟື້ນຟູເສດຖະກິດ.

ສ່ວນທ່ານປະທານາທິບໍດີ ລັດເຊຍ Putin ໄດ້ເນັ້ນໜັກວ່າ ການພົວພັນ ລັດເຊຍ - ຈີນແມ່ນແບບຢ່າງກ່ຽວກັບການພົວພັນສາກົນໃນສະຕະວັດທີ 21. ທ່ານ Putin ໄດ້ຊີ້ແຈ້ງວ່າ: ປັດຈຸບັນ, ການພົວພັນ ລັດເຊຍ - ຈີນ ພວມຢູ່ໃນລະດັບດີທີ່ສຸດໃນປະຫວັດສາດ. ທ່ານກໍ່ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ໃນບັນດາຂົງເຂດຄື: ການຄ້າ, ນ້ຳມັນ ແລະ ເຊື້ອເພີງ, ການເງິນ, ການບິນ ແລະ ຍານອາວະກາດ, ກໍ່ຄືບັນດາໂຄງການຍຸດທະສາດໃຫຍ່ຕ່າງໆ.

ແຫຼ່ງຄັດຈາກ: vovworld.vn