ທ່ານຮອງນາຍົກລັດຖະມົນຕີ ສ.ເກົາຫຼີ Hong Nam – Ki  ຖືວ່າ ຄວາມເປັນລະບຽບຮຽບຮ້ອຍຂອງຂົງເຂດເສດຖະກິດພາກພື້ນ ອາຊີ - ປາຊີຟິກ ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) - ເຊິ່ງແມ່ນສັນຍາການຄ້າເສລີທີ່ມີຂອບເຂດໃຫຍ່ທີ່ສຸດໃນໂລກ ຈະມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2022.  ດັ່ງນັ້ນ, ເຊີອູນ ຍາກທີ່ຈະຢືນຢູ່ນອກການປຶກສາຫາລືກ່ຽວກັບການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ ໄດ້. ເພື່ອກະກຽມໃຫ້ແກ່ຂັ້ນຕອນເຂົ້າຮ່ວມ, ລັດຖະບານ ສ.ເກົາຫຼີ ໄດ້ ແລະກຳລັງດັດປັບລະບຽບການດ້ານການຄ້າຢູ່ພາຍໃນປະເທດທີ່ກ່ຽວຂ້ອງເຖິງ 4 ຂົງເຂດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ ໄດ້ຮຽກຮ້ອງ.

ແຫຼ່ງຄັດຈາກ: vovworld.vn