leftcenterrightdel
ຫຼາຍປະເທດຢູ່ ເອີຣົບ ໄດ້ຈັດວາງຄຳສັ່ງຫ້າມບິນ ແລະ ຈຳກັດການໄປ - ມາສຳລັບບັນດາປະເທດ ອາຟະລິກາໃຕ້. ພາບ: Reuters

ຕາມແຫຼ່ງຂ່າວຈາກຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ລົງໃນຕອນຄ່ຳວັນທີ 28 ພະຈິກ ແລ້ວ, ດ້ວຍຖານະເປັນປະເທດປະທານກຸ່ມບັນດາປະເທດພັດທະນາ G7, ອັງກິດ ຈັດກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກ G7 ໂດຍດ່ວນ ໃນວັນທີ 29 ພະຈິກ ຜ່ານລະບົບທາງໄກ ແນໃສ່ປຶກສາຫາລືກ່ຽວກັບສະພາບການ ແລະ ວິທີການຮັບມືກັບເຊື້ອໄວຣັດສາຍພັນ Omicron. ປັດຈຸບັນ, ເຊື້ອໄວຣັດດັ່ງກ່າວ ໄດ້ຮັບການກວດພົບຢູ່ຫຼາຍປະເທດໃນໂລກ, ໃນນັ້ນ ມີບັນດາປະເທດສະມາຊິກ G7 ເປັນຕົ້ນແມ່ນ ອັງກິດ, ເຢຍລະມັນ, ອີຕາລີ, ຝລັ່ງ ລ້ວນແຕ່ມີຜູ້ຕິດເຊື້ອໄວຣັດສາຍພັນດັ່ງກ່າວ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 28 ພະຈິກ, ອົງການອະນາໄມໂລກ WHO ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ວິທີການກວດວິໄຈ PCR ໃນປັດຈຸບັນ ຍັງມີປະສິດທິຜົນໃນການກວດພົບຜູ້ຕິດເຊື້ອໄວຣັດສາຍພັນ Omicron. ພ້ອມດຽວກັນນັ້ນ, ອົງການດັ່ງກ່າວ ກໍ່ຮຽກຮ້ອງໃຫ້ບັນດາປະເທດບໍ່ປິດປະຕູຊາຍແດນເມື່ອຍັງບໍ່ທັນມີຫຼັກຖານວິທະຍາສາດຢ່າງຄົບຖ້ວນ ແລະ ໜ້າເຊື່ອໃຈກ່ຽວກັບລະດັບການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Omicron.

ແຫຼ່ງຄັດຈາກ: vovworld.vn