leftcenterrightdel
ພິທີລົງນາມຂໍ້ຕົກລົງສັນຕິພາບ ຢູ່ ກາຕາ ລະຫວ່າງ ອາເມລິກາ ແລະ ອາບການິດສະຖານ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 24 ພະຈິກ, ກຳລັງ ຕາລີບານ ຢູ່ ອາບການິດສະຖານ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາການເຈລະຈາກັບ ອາເມລິກາ ຢູ່ນະຄອນຫຼວງ Doha ຂອງ ກາຕາ ໃນອາທິດຈະມາເຖິງຈະເປີດພາກໃໝ່ໃນການພົວພັນດ້ານການເມືອງລະຫວ່າງສອງຝ່າຍ. ນີ້ແມ່ນການເຈລະຈາຄັ້ງທີ 2 ລະຫວ່າງວົງການເຈົ້າໜ້າທີ່ ອາເມລິກາ ແລະ ຕາລີບານ ນັບແຕ່ເວລາກຳລັງນີ້ຢຶດອຳນາດຄືນໃໝ່ຢູ່ ອາບການິດສະຖານ.

ໃນສື່ສັງຄົມອອນລາຍ Twitter ຢ່າງເປັນທາງການດ້ວຍພາສາ ອາຣັບ, ກຳລັງຕາລີບານ ໄດ້ຢັ້ງຢືນ ໄລຍະເຈລະຈາໃໝ່ລະຫວ່າງ ອາບການິດສະຖານ ແລະ ອາເມລິກາ ຈະເລີ່ມຕົ້ນແຕ່ອາທິດໜ້າຢູ່ ກາຕາ. ໃນໄລຍະນີ້, ບັນດາການປຶກສາຫາລືຈະມຸ່ງໄປເຖິງເປົ້າໝາຍ ເປີດໜ້າປະຫວັດສາດໃໝ່ໃນການພົວພັນດ້ານການເມືອງລະຫວ່າງສອງຝ່າຍ, ແກ້ໄຂບັນດາບັນຫາດ້ານເສດຖະກິດ ແລະ ການປະຕິບັດບັນດາມາດຕາໃນຂໍ້ຕົກລົງທີ່ໄດ້ຮັບການລົງນາມຈາກທັງສອງຝ່າຍຢູ່ Doha ກ່ອນນີ້.

ແຫຼ່ງຄັດຈາກ: vovworld.vn