leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Valdimir Putin. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 21 ພະຈິກ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ພວມກະກຽມຢ່າງລະອຽດໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີ Valdimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergie Ryabkov ເນັ້ນໜັ້ກວ່າ ຝ່າຍລັດເຊຍ ພວມຕັ້ງໜ້າກະກຽມໂຄງການດຳເນີນງານທີ່ໃຫຍ່ຫຼວງນີ້.

ຄຳເຫັນດັ່ງກ່າວໂດຍທ່ານຮອງລັດຖະມົນຕີລັດເຊຍ ໄດ້ຍົກອອກມາໃນສະພາບທີ່ທ່ານ Jen Psaki ເລຂາການຂ່າວທຳນຽບຂາວ ໃຫ້ຮູ້ ໃນວັນທີ 18 ພະຈິກ ວ່າ: “ບໍ່ຍົກເວັ້ນກໍລະນີຈະມີການເຈລະຈາລະຫວ່າງທ່ານປະທານາທິບໍດີອາເມລິກາ Joe Biden ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໃນຈຸດເວລາໃດໜຶ່ງໃນອະນາຄົດ”.

ການພົວພັນລະຫວ່າງ ລັດເຊຍ ແລະຝ່າຍຕາເວັນຕົກ ມີຄວາມເຄັ່ງຕຶງຂຶ້ນໃນ 2 – 3 ອາທິດ ມໍ່ໆມານີ້ ເມື່ອ ຢູແກຼນ ແລະ ບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ລັດເຊຍເພີ່ມກຳລັງທະຫານຢູ່ເຂດຊາຍແດນຕິດກັບ ຢູແກຼນ. ສ່ວນລັດເຊຍ ຢັ້ງຢືນວ່າ ປະເທດນີ້ ຕ້ອງຮັບປະກັນຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ເກີດມາຈາກເລື່ອງ NATO ດຳເນີນບັນດາການຊ້ອມຮົບນອກແຜນຢ່າງຕໍ່ເນື່ອງ, ຊ້ຳບໍ່ໜຳກໍ່ຍັງຈັດສົ່ງເຮືອບິນຍຸດທະສາດບິນຢູ່ ໃກ້ເຂດຊາຍແດນກັບ ລັດເຊຍ.

ແຫຼ່ງຄັດຈາກ: vovworld.vn