ຕາມນັ້ນແລ້ວ, 197 ປະເທດ ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດລ້ວນແຕ່ຮັບຮອງເອົາສົນທິສັນຍາດິນຟ້າອາກາດ Glasgow (Glasgow Climate Pact).

ຢູ່ກອງປະຊຸມ, ອາເມລິກາ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຕາມນັ້ນແລ້ວ, ສອງປະເທດໄດ້ໃຫ້ຄຳໝັ້ນສັນຍາຈະຮ່ວມມືໃນທົດສະວັດຈະມາເຖິງ ເພື່ອສ້າງບັນດາຍຸດທະສາດຍາວນານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍການປ່ອຍອາດພິດລົງລະດັບ 0, ພ້ອມທັງແກ້ໄຂບັນດາບັນຫາກ່ຽວກັບການປ່ອຍອາຍເມຕານ, ຫັນປ່ຽນໄປຍັງການນຳໃຊ້ພະລັງງານສະອາດ ແລະຫຼຸດຜ່ອນການປ່ອຍ ກາກບອນ.

ແຫຼ່ງຄັດຈາກ: vovworld.vn