leftcenterrightdel
ຄົນເຈັບໄດ້ຮັບການປິ່ນປົວຫາຍດີຢູ່ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມຂ່າວພາກຄ່ຳວັນທີ 25 ກັນຍາ ຂອງກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 24 ກັນຍາ ຫາເວລາ 17 ໂມງຂອງວັນທີ 25 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 9.706 ຄົນຢູ່ 34 ແຂວງ, ນະຄອນ. ໃນນັ້ນ, ນະຄອນໂຮ່ຈີມິນ ແລະ ບິ່ງເຢືອງ ແມ່ນສອງທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ.

ໄລ່ຮອດວັນທີ 25 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 736.972 ຄົນຢືນອັນດັບ 46/222 ປະເທດ ແລະ ເຂດແຄວ້ນ ແລະ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີແມ່ນ 505.859 ຄົນ ແລະ ຄົນເຈັບຕິດເຊື້ອໂຄວິດ-19 ຖືກເສຍຊີວິດແມ່ນ 18.220 ຄົນ.

ປະຈຸບັນ, ມີ 16 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ, ຫາຍຟ່ອງ, ຝຸ້ເຖາະ, ນິງບີງ, ນາມດີ້ງ, ບັກຢາງ, ຖ້າຍບີງ ແລະ ຫຼ້າງເຊີນຍອດຈຳນວນວັກຊິນທີ່ໄດ້ສັກແມ່ນ ເກືອບ 36,8 ລ້ານ ໂດສ, ໃນນັ້ນເຂັມທີ 2 ແມ່ນ 7,2 ລ້ານໂດສ.

ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 1 ໂມງເຄິ່ງວັນທີ 25 ກັນຍາ ຕາມເວລາ UTC, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 231.864.262 ຄົນ, ໃນນັ້ນມີ 4.750.491 ຄົນຖືກເສຍຊີວິດ. ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີແມ່ນກ່ວາ 208 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກກວ່າໝູ່ດ້ວຍຈຳນວນຜູ້ຕິດເຊື້ອ 43.635.337 ຄົນ ແລະ 704.478 ຄົນເສຍຊີວິດ. ຖັດມາແມ່ນອິນເດຍ ແລະ ບຣາຊິນ.

ແຫຼ່ງຄັດຈາກ: vovworld.vn