ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້; ສະແດງຄວາມປາດຖະໜາວ່າຊູດັງໃຕ້ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ທະຫານຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບຢູ່ຊູດັງໃຕ້. ພ້ອມທັງຢັ້ງຢືນແນວທາງການທູດເອກະລາດ, ເປັນເຈົ້າການ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງຫວຽດນາມ.

leftcenterrightdel
ທ່ານຟານດິ່ງຈາກ ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງ. ພາບ: thanhtra.com.vn

ສ່ວນທ່ານຮອງປະທານາທິບໍດີ ກໍ່ໄດ້ຕີລາຄາສູງບົດບາດສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນສັນຕິພາບຂອງຊູດັງໃຕ້.

ທ່ານ ຮອງປະທານາທິບໍດີ ປາດຖະໜາຢາກ ເພີ່ມທະວີເປີດກວ້າງການພົວພັນດ້ານການທູດກັບທຸກປະເທດ, ໃນນັ້ນມີຫວຽດນາມ ແລະຢັ້ງຢືນວ່າ ຊູດັງໃຕ້ ຈະຮ່ໍາຮຽນບົດຮຽນພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ກະສິກໍາ, ການແພດ.

ໂດຍ: ກວຽດເຕີມ