leftcenterrightdel
ປະທານາທິບໍດີ ອີຣານ Ebrahim Raisi ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານເມື່ອວັນທີ 26 ສິງຫາ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 4 ກັນຍາ ປະທານາທິບໍດີ ອີຣານ Ebrahim Raisi ໄດ້ຖະແຫຼງວ່າປະເທດນີ້ພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍທີ່ໄດ້ເຊັນເມື່ອປີ 2015 ໃນນັ້ນມຸ່ງໄປເຖິງເປົ້າໝາຍຍົກເລີກບັນດາມາດຕະການລົງໂທດແຕ່ບໍ່ແມ່ນຢູ່ໃຕ້ກຳລັງດັນຂອງຝ່າຍຕາເວັນຕົກ.

ປະທານາທິບໍດີ ອີຣານ Ebrahim Raisi  ໃຫ້ຮູ້ຕື່ມອີກວ່າ ເຕເຮຣານ ຊອກຫາບັນດາການເຈລະຈາ ເພື່ອແນໃສ່ຍົກເລີກຄຳສັ່ງລົງໂທດຂອງອາເມລິກາ ທີ່ມີຕໍ່ ອີຣານ.

ກ່ອນໜ້ານັ້ນ  ທ່ານລັດຖະມົນຕີຕ່າງປະເທດ ອີຣານ Hossein Amir-Abdollahian  ຖືວ່າ ບັນດາການເຈລະຈາຖືກຢຸດສະງັກ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍລະຫວ່າງປະເທດນີ້ກັບບັນດາປະເທດມະຫາອຳນາດມີຫຼາຍກໍລະນີຈະສາມາດໄດ້ຮັບການເຊື່ອມຕໍ່ພາຍຫຼັງປະມານສອງສາມເດືອນຂ້າງໜ້າ.

ແຫຼ່ງຄັດຈາກ: vovworld.vn