leftcenterrightdel
ພາບປະກອບ:  AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 9 ກໍລະກົດ, ລັດຖະບານ ໄຮຕີ ສະເໜີໃຫ້ ສປຊ ແລະ ອາເມລິກາ ສົ່ງນັກຮົບມາຊ່ວຍປະເທດນີ້ປົກປ້ອງຄວາມໝັ້ນຄົງ, ພິເສດແມ່ນຢູ່ບັນດາພື້ນຖານໂຄງລ່າງທີ່ສຳຄັນ, ພາຍຫຼັງເກີດເຫດລອບສັງຫານທ່ານປະທານາທິບໍດີ Jovenel Moise ໃນວັນທີ 7 ກໍລະກົດ. ທ່ານລັດຖະມົນຕີຮັບຜິດຊອບການເລືອກຕັ້ງ ໄຮຕີ Mathias Pierre ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ສະເໜີໃຫ້ ອາເມລິກາ ສົ່ງນັກຮົບປະມານ 500 ຄົນ ເພື່ອປ້ອງກັນບັນດາພື້ນຖານໂຄງລ່າງທີ່ສຳຄັນລວມມີ ທ່າກຳປັ່ນ, ສະໜາມບິນ ແລະ ລະບົບພະລັງງານ. ໄຮຕີ ມີຄວາມວິຕົກກັງວົນວ່າກຳລັງນັກຮົບຈ້າງອາດຈະທຳລາຍບັນດາພື້ນຖານໂຄງລ່າງ ເພື່ອກໍ່ຄວາມຂາດສະຖຽນລະພາບຢູ່ປະເທດນີ້.

ແຫຼ່ງຄັດຈາກ: vovworld.vn