leftcenterrightdel
ບັນດາມືປືນ ຕາລີບານ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 4 ກໍລະກົດ, ກະຊວງປ້ອງກັນປະເທດ ອາບການິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ກອງທັບປະເທດນີ້ໄດ້ດັບສູນມືປືນ ຕາລີບານ ຈຳນວນ 143 ຄົນ ແລະ ເຮັດໃຫ້ 121 ຄົນໃນກຸ່ມຖືກຮັບບາດເຈັບໃນບັ້ນຕໍ່ສູ້ຕ່າງໆຢູ່ບາງແຂວງຂອງ ອາບການິດສະຖານ ໃນ 24 ຊົ່ວໂມງຜ່ານມາ. ນອກຈາກນັ້ນ, ກອງທັບປະເທດນີ້ ໄດ້ຄົ້ນພົບ ແລະ ທຳລາຍລ້າງອຸປະກອນລະເບີດ 11 ຢ່າງ ທີ່ພວກກະບົດນີ້ຜະລິດເອງ.

ບັນດາການປະທະກັນໃຊ້ຄວາມຮຸນແຮງ ແລະ ບຸກໂຈມຕີກໍ່ການຮ້າຍ ຍັງສືບຕໍ່ເກີດຂຶ້ນຢູ່ ອາບການິດສະຖານ ໂດຍບໍ່ຫົວຊາຕໍ່ບັນດາການເຈະລະຈາລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ຜູ້ຕາງໜ້າຂອງ ຕາລີບານຢູ່ ນະຄອນຫຼວງ Doha ປະເທດ ກາຕາ.

ແຫຼ່ງຄັດຈາກ: vovworld.vn