ວັນທີ 28 ມິຖຸນາ, ທ່ານນາງ Michelle Bachele ຜູ້ນຳສູງສຸດຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ (OHCHR) ໄດ້ຮຽກຮ້ອງວ່າ ຕ້ອງລົບລ້າງສະພາບການຈຳແນກເຊື້ອຊາດຜິດພັນທີ່ມີລັກສະນະເປັນລະບົບທີ່ແນໃສ່ຄົນຜິວດຳໃນທົ່ວໂລກຢ່າງທັນທີ.

leftcenterrightdel
ທ່ານນາງ Michelle Bachele ຜູ້ນຳສູງສຸດຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ. ພາບ: ສໍານັກຂ່າວສານຫວຽດນາມ.

OHCHR ໄດ້ຍົກໂຄງການດຳເນີນງານອອກມາເພື່ອແນໃສ່ປະຕິບັດບັນດາການປ່ຽນແປງໃໝ່ຢ່າງແຮງ ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທຳລະຫວ່າງຊາດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດປະຕິບັດໂຄງການດັ່ງກ່າວ. OHCHR ໄດ້ຮຽກຮ້ອງໃຫ້ບັນດາປະເທດຄວນມີການກະທຳຢ່າງທັນທີເພື່ອຢຸດຕິສະພາບການທີ່ໄດ້ຮັບການພັນລະນາວ່າແມ່ນການລະເມີດທີ່ມີລັກສະນະເປັນລະບົບຕໍ່ບັນດາສິດທາງດ້ານເສດຖະກິດ, ວັດທະນະທຳ, ພົນລະເມືອງ ແລະ ການເມືອງ. ບັນດາປະເທດຕ້ອງມີການຮັບຮູ້ຢ່າງແທດຈິງເມື່ອເຕື້ອງເຖິງສະພາບການຈຳແນກເຊື້ອຊາດຜິວພັນ.

ແຫຼ່ງຄັດຈາກ: vovworld.vn