leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຊັກໂກ  Lubomir Metnar. ພາບ: Trend.Az

ວັນທີ 24 ມິຖຸນາ ສຳນັກຂ່າວສານເຊັກໂກ (CTK) ໃຫ້ຮູ້ວ່າ, ກອງທັບປະເທດນີ້ຈະຖອນນັກຮົບທີ່ຍັງເຫຼືອອອກຈາກພາລະກຳຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ອາບການິດສະຖານໃນທ້າຍເດືອນມິຖຸນາ 2021. ເຊັກໂກ ຈະຮັກສາພຽງແຕ່ກົມກອງໜ້ອຍທີ່ມີໜ້າທີ່ປົກປ້ອງສະຖານທູດຂອງປະເທດນີ້ປະຈຳ ນະຄອນຫຼວງ Kabul ເທົ່ານັ້ນ.

ເຊັກໂກ ແມ່ນໜຶ່ງໃນບັນດາປະເທດສຸດທ້າຍທີ່ຖອນທະຫານອອກຈາກອາບການິດສະຖານ. ປະເທດນີ້ກໍ່ພວມຂຶ້ນແຜນການອຸປະຖຳດ້ານການເງິນ ແລະໜູນຊ່ວຍການບຳລຸງສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ແກ່ ອາບການິດສະຖານ ຢູ່ນອກຜືນແຜ່ນດິນຂອງ ອາບການິດສະຖານ (ອາດຈະຢູ່: ທາງທິດຕາເວັນອອກຕວັກກີ, ຈໍແດນ ແລະ Gruzia) ເພື່ອແນໃສ່ສະກັດກັ້ນເລື່ອງ ອາບການິດສະຖານ ໄດ້ກາຍເປັນສະຖານທີ່ຫຼົບລີ້ທີ່ປອດໄພຂອງພວກການກໍ່ການຮ້າຍອີກຄັ້ງໜຶ່ງ. ດັ່ງນັ້ນ, ພາລະກຳຂອງບັນດານັກຮົບເຊັກໂກ ຢູ່ອາບການິດສະຖານຈະສິ້ນສຸດລົງພາຍຫຼັງ 19 ປີ ແລະ ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາບັ້ນຜັນຂະຫຍາຍສຳຄັນທີ່ສຸດຂອງກອງທັບ ເຊັກໂກ ຢູ່ຕ່າງປະເທດ.

ແຫຼ່ງຄັດຈາກ: vovworld.vn