ທີ່ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9, ທ່ານ Patrushev ໃຫ້ຮູ້ວ່າ ລັດເຊຍ ເຫັນໄດ້ເຖິງຄວາມເຂັ້ມຂອງຂ່າວລາຊະການລັບ ແລະ ການກະທຳໂອ້ອວດຂອງ ເຮືອບິນ ແລະ ກຳປັ່ນສູ້ຮົບຂອງອົງການອັດລັງຕິກເໜືອ (NATO) ຢູ່ໃກ້ກັບຊາຍແດນຂອງລັດເຊຍ. ທ່ານ Patrushev ຖືວ່າ ບັນດາການກະທຳດັ່ງກ່າວຈະກໍ່ຄວາມເຄັ່ງຕຶງຢູ່ບັນດາພາກພື້ນລວມມີທະເລ Baltic ແລະ ທະເລດຳ.

leftcenterrightdel
ທ່ານ Nikolai Patrushev ເລຂາສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ທ່ານ Patrushev ເນັ້ນໜັກວ່າ ບໍ່ມີວິທີການແກ້ໄຂໃດສາມາດປ່ຽນແທນໃຫ້ແກ່ເສັ້ນທາງລັດເຊຍ ຕ້ອງເພີ່ມທະວີກຳລັງຄວາມສາມາດໃນການປົກປັກຮັກສາປະເທດຊາດ.

ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9, ໂດຍກະຊວງປ້ອງກັນປະເທດລັດເຊຍ ຈັດຂຶ້ນ, ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ມິຖຸນາ ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 600 ຄົນ ລວມມີບັນດາຜູ້ຕາງໜ້າກະຊວງປ້ອງກັນປະເທດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ວົງການນັກຊ່ຽວຊານ.

ແຫຼ່ງຄັດຈາກ: vovworld.vn