ຫວຽດນາມ ໄດ້ປ່ອນບັດເຫັນດີ ແລະຮຽກຮ້ອງໃຫ້ລັດຖະບານອາເມລິກາ ຕ່າວປີ້ນທ່າອ່ຽງນະໂຍບາຍໃນປະຈຸບັນຕໍ່ກັບກູບາ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໂລກອີກດ້ວຍ. ກູບາ ໄດ້ສະເໜີມະຕິ (A/RES/75/290) ມາແຕ່ປີ 1992 ແລະໄດ້ສະມັດຊາໃຫຍ່ ສປຊ ລົງຄະແນນສຽງຮັບຮອງເອົາໃນທຸກໆປີ ດ້ວຍຈຳນວນບັດເຫັນດີຫຼາຍກວ່າ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນຕໍ່ໜ້າສະມັດຊາໃຫຍ່, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ຄຳສັ່ງຂວ້ໍາບາດເສດຖະກິດ, ການຄ້າ ແລະການເງິນຕໍ່ກັບກູບາ ໄປຝືນກັບກົດໝາຍສາກົນ ແລະຫຼັກການພື້ນຖານຂອງກົດບັດ ສປຊ. ຫວຽດນາມ ພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ອາເມລິກາ ຍົກເລີກຄຳສັ່ງຂວ້ໍາບາດຕາມລຳພັງຝ່າຍດຽວຕໍ່ກັບກູບາ, ເພື່ອໃຫ້ກູບາ ມີສິດເຂົ້າຮ່ວມການພົວພັນເສດຖະກິດ, ການຄ້າທີ່ເໝາະສົມກັບກົດໝາຍສາກົນຢ່າງເສລີ, ສະເໝີພາບ ແລະທ່ຽງທຳ.

ໂດຍ: ແສງເດືອນ