leftcenterrightdel
ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashiyan ກ່າວຄຳເຫັນຢູ່ Yerevan. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashiyan ໄດ້ປະກາດຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດກ່ອນເວລາກຳນົດເຊິ່ງໄດ້ດໍາເນີນກ່ອນໜ້ານີ້ໜຶ່ງວັນ. ການເລືອກຕັ້ງຄັ້ງນີ້ແມ່ນການແຂ່ງຂັນລະຫວ່າງ ທ່ານ Nikol Pashiyan ອາຍຸ 46 ປີ ກັບ ທ່ານອະດີດປະທານາທິບໍດີ Robert Kocharyan, ອາຍຸ 66 ປີ.

ໃນຖະແຫຼງການປະກາດຍາດໄດ້ໄຊຊະນະ, ທ່ານນາຍົກລັດຖະມົນຕີ Nikol Pashiyan ເນັ້ນໜັກວ່າ ປະຊາຊົນອາກເມເນຍ ໄດ້ມອບໝາຍໜ້າທີ່ນຳພາປະເທດຊາດໃຫ້ແກ່ “ພັກສັນຍາພົນລະເຮືອນ” ຂອງ ທ່ານ ແລະ ທ່ານເອງ ໃນຖານະເປັນຜູ້ນຳໜ້າລັດຖະບານ. ເຖິງຢ່າງໃດກໍ່ຕາມ, ພັກຝ່າຍຄ້ານກຸ່ມ ອາກເມເນຍ  ຂອງທ່ານອະດີດປະທານາທິບໍດີ Robert Kocharyan ໄດ້ຄັດຄ້ານໝາກຜົນດັ່ງກ່າວ ແລະ ກ່າວຫາການເລືອກຕັ້ງປະກົດມີການສໍ້ກົງ.

ແຫຼ່ງຄັດຈາກ: vovworld.vn