leftcenterrightdel
ອາເມລິກາ ແລະອີຢູ ໄດ້ອອກຖະແຫຼງການຮ່ວມພາຍຫຼັງສິ້ນສຸດກອງປະຊຸມສຸດຍອດທີ່ຖືກດຳເນີນຢູ່ບຣຸກແຊນ, ປະເທດແບນຊິກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມຖະແຫຼງການດັ່ງກ່າວແລ້ວ, ອາເມລິກາ ແລະອີຢູ ໃຫ້ຄຳໝັ້ນສັນຍາຮ່ວມມືກັນແນໃສ່ດັບມອດໂລກລະບາດໂຄວິດ-19, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍທາງດ້ານສາທາລະນະສຸກທົ່ວໂລກໃນອະນາຄົດ ແລະຊຸກຍູ້ການຟື້ນຟູໃນທົ່ວໂລກໃຫ້ຍືນຍົງ; ພ້ອມກັນນັ້ນ ກໍໃຫ້ຄຳໝັ້ນສັນຍາວ່າຈະຊຸກຍູ້ສິດສຳຜັດກັບວັກຊິນກັນພະຍາດໂຄວິດ-19 ຢ່າງຍຸຕິທຳ, ດ້ວຍລາຄາເໝາະສົມ ກໍຄືຈຳໜ່າຍວັກຊິນກັນພະຍາດໂຄວິດ-19 ຊະນິດຕ່າງໆທີ່ມີຄຸນນະພາບ, ປອດໄພ ແລະມີປະສິດທິຜົນ… ອາເມລິກາ-ອີຢູ ກໍໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍໂຄງການ COVAX ແລະສົ່ງເສີມບັນດານັກອຸປະຖຳຜະລິດວັກຊິນຕື່ມອີກ 2 ຕື້ໂດສໃຫ້ທົ່ວໂລກໃນທ້າຍປີ 2021.

ແຫຼ່ງຄັດຈາກ: vovworld.vn