G7 ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບສິ່ງແວດລ້ອມ
    
    
    
        
            
ວັນທີ 13 ມິຖຸນາ ຢູ່ ອັງກິດ ໄດ້ອັດກອງປະຊຸມສຸດຍອດບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ G7.
        
        
        
            
	
		
			|     | 
		
			|  | 
		
			| ກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດ ເມື່ອວັນທີ 13 ມິຖຸນາ. ພາບ: ສໍານັກຂ່າວສານຫວຽດນາມ. | 
	
	ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກຫຼື G7 ໄດ້ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະຫຼຸດຜ່ອນປະລິມານອາຍພິດກໍ່ຜົນກະທົບເຮືອນແກ້ວທີ່ວາລະອັດກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດເມື່ອວັນທີ 13 ມິຖຸນາ.
	ຖະແຫຼງການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເປັນເອກະພາບກັນຂອງບັນດາການນຳກຸ່ມ G7 ທີ່ກອງປະຊຸມສຸດຍອດຖືກຈັດຂຶ້ນເປັນຄັ້ງທຳອິດພາຍຫຼັງເກືອບສອງປີ. ໃນສົນທິສັນຍາກ່ຽວກັບທຳມະຊາດເຊິ່ງປະກາດໃນວັນທີ 13 ມິຖຸນາ ພ້ອມກັບຖະແຫຼງການຮ່ວມຂອງ G7, ບັນດາການນຳໄດ້ໝັ້ນໝາຍຫຼຸດຜ່ອນເຄິ່ງປະລິມານອາຍພິດກາກບອນໃນປີ 2030 ເມື່ອທຽບໃສ່ປີ 2010 ແລະ ສະກັດກັ້ນສະພາບສູນເສຍຊີວະນາໆພັນ.
	ແຫຼ່ງຄັດຈາກ: vovworld.vn