leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Anthony Blinken. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Anthony Blinken ໃຫ້ຮູ້ວ່າ ບ້ວງເງິນຊ່ວຍເຫຼືອ 4 ຕື້ໂດລາສະຫະລັດ ເຊິ່ງອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະຈັດແບ່ງໃຫ້ແກ່ ຮົງດູຣັດ, ກົວເຕມາລາ ແລະ ແອນ ຊານວາດໍ ຈະຖືກການຄຸ້ມຄອງຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານແທນທີ່ມອບໃຫ້ບັນດາອົງການພົນລະເຮືອນຄຸ້ມຄອງ.

ລັດຖະມົນຕີສອງທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະຕ້ານອາດຊະຍາກຳທີ່ເຄື່ອນໄຫວໂດຍມີການຈັດຕັ້ງ. ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມືມຸ່ງໄປເຖິງເປົ້າໝາຍແຈກຢາຍວັກຊິນຢ່າງຍຸຕິທຳ.

ແຫຼ່ງຄັດຈາກ: vovworld.vn