leftcenterrightdel
ສະຖານທີ່ເກີດເຫດ. ພາບ: ສໍານັກຂ່າວສານຫວຽດນາມ.

ສື່ມວນຊົນທ້ອງຖິ່ນໄດ້ລົງຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 38 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 100 ຄົນໃນເຫດຢຽບກັນເກີດຂຶ້ນໃນຕອນເຊົ້າວັນທີ 30 ເມສາ ຢູ່ງານນະມັດສະການໂດຍມີຫຼາຍຄົນເຕົ້າໂຮມຢູ່ພາກເໜືອ ອິດສະລາແອັນ.

ເຫດການໄດ້ເກີດຂຶ້ນຢູ່ພູ Meron, ເມື່ອຊາວຢິວນັບສິບພັນຄົນພວມເຂົ້າຮ່ວມງານນະມັດສະການປະຈຳປີ ໃນວັນບຸນ Lag BaOmer ຢູ່ອ້ອມຂ້າງສຸສານທີ່ມີຊື່ສຽງຂອງບາດຫຼວງ Shimon Bar Yocha. ປັດຈຸບັນ ຍັງບໍ່ຮູ້ຢ່າງຈະແຈ້ງເຫດຜົນພາໄປເຖິງເຫດການດັ່ງກ່າວເທື່ອ, ແຕ່ການລາຍງານເບື້ອງຕົ້ນຖືວ່າ ມີເວທີຂອງລາຍການສະແດງດົນຕີປະສານສຽງຖືກພັງທະລາຍ. ອົງການການບໍລິການກູ້ຊີບດ່ວນໃຫ້ຮູ້ວ່າພວມປິນປົ່ວໃຫ້ແກ່ 50 ຄົນ, ໃນນັ້ນມີ 20 ຄົນຢູ່ໃນສະພາບການເຈັບສາຫັດ.

ແຫຼ່ງຄັດຈາກ: vovworld.vn