leftcenterrightdel
ທ່ານ Ned Price ໂຄສົກກະຊວງການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າບັນດາການເຈລະຈາທາງອ້ອມຢູ່ນະຄອນຫຼວງ Vienna ປະເທດໂອຕະລິດ ໄດ້ສຸມໃສ່ບັນດາບາດກ້າວນິວເຄຼຍ ທີ່ອີຣານ ຕ້ອງປະຕິບັດ ກໍ່ຄືບັນດາບາດກ້າວຫຼຸດຜ່ອນຄຳສັ່ງລົງໂທດ ທີ່ອາເມລິກາ ຕ້ອງດຳເນີນເພື່ອໃຫ້ທັງສອງຝ່າຍກັບຄືນເຂົ້າສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ. ຕາມທ່ານ Ned Price ແລ້ວ, ການເຈລະຈາໄດ້ຮັບຖືວ່າມີລັກສະນະສ້າງສັນ ແລະບັນລຸໄດ້ເປົ້າໝາຍທີ່ວາງອອກ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຈະບໍ່ຕັ້ງຄວາມຫວັງຫຼາຍຕໍ່ຮອບເຈລະຈາຄັ້ງນີ້ ແລະຖືວ່ານີ້ພຽງແຕ່ບາດກ້າວເຕັກນິກເບື້ອງຕົ້ນໃຫ້ບັນດາຮອບເຈລະຈາຄັ້ງຕໍ່ໄປ.

ແຫຼ່ງຄັດຈາກ: vovworld.vn