leftcenterrightdel
ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ອີຕາລີ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 14 ມີນາ, ທ່ານ Thierry Breton ກຳມະການຮັບຜິດຊອບກ່ຽວກັບຕະຫຼາດພາຍໃນ ເອີຣົບ ໃຫ້ຮູ້ວ່າ ສະຫະພາບເອີີຣົບ (ອີຢູ) ສາມາດບັນລຸໄດ້ບັນດາເປົ້າໝາຍຂອງບັ້ນສັກວັກຊິນກັນພະຍາດໂຄວິດ-19 ຂອງໄຕມາດທຳອິດປີ 2021, ໂດຍບໍ່ຫົວຊາຕໍ່ຄວາມຊັກຊ້າຂອງການສະໜອງວັກຊິນ AstraZeneca. ທ່ານ Thierry Breton ຢັ້ງຢືນວ່າ ເລື່ອງ AstraZeneca ສົ່ງວັກຊິນຊັກຊ້ານັ້ນບໍ່ໝາຍຄວາມວ່າໂຄງການສັກວັກຊິນໃນໄຕມາດທຳອິດຂອງປີ 2021 ກໍຈະຖືກຊັກຊ້າໄປຕາມ. ທ່ານກໍໃຫ້ຮູ້ວ່າ Pfizer ພວມຜະລິດວັກຊິນຫຼາຍກວ່າປະລິມານທີ່ໄດ້ຄາດຄະເນ ແລະ ນີ້ແມ່ນໂອກາດເພື່ອທົດແທນໃຫ້ການຂາດແຄນແຫຼ່ງສະໜອງວັກຊິນ.

ແຫຼ່ງຄັດຈາກ: vovworld.vn