leftcenterrightdel
ການພົບປະລະຫວ່າງການນຳອົງການ IAEA ແລະອີຣານ ໃນວັນທີ 21 ກຸມພາ. ພາບ:  ສໍານັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມອີຣານ ເມື່ອທ້າຍອາທິດແລ້ວນີ້ຂອງທ່ານ Rafael Grosso ຜູ້ອຳນວຍການໃຫຍ່ອົງການ IAEA, ສອງຝ່າຍໄດ້ລົງນາມໃນ “ມາດຕະການຊົ່ວຄາວ” ທີ່ມີຜົນສັກສິດພາຍໃນ 3 ເດືອນ ໂດຍອະນຸຍາດໃຫ້ອົງການ IAEA ສືບຕໍ່ປະຕິບັດວຽກງານກວດການິວເຄຼຍ ຢູ່ອີຣານ ແຕ່ລະດັບການສໍາຜັດກໍ່ຈະຖືກຈຳກັດນັບແຕ່ວັນທີ 23 ກຸມພາ. ຕາມເອກະສານສະບັບໜຶ່ງທີ່ສົ່ງມາຍັງບັນດາສະມາຊິກຂອງອົງການ IAEA ກ່ອນມື້ດຳເນີນກອງປະຊຸມປະຈຳໄຕມາດ ຂອງຄະນະການນຳອົງການນີ້ໃນອາທິດໜ້າ, ອາເມລິກາ ໄດ້ສະແດງຄວາມປາດຖະໜາກ່ຽວກັບມະຕິສະບັບໜຶ່ງທີ່ສະແດງຄວາມວິຕົກກັງວົນທີ່ເລິກເຊິ່ງກວ່າຂອງອົງການ IAEA ກ່ຽວກັບການຮ່ວມມືຂອງອີຣານ. ເຖິງຢ່າງໃດກໍ່ຕາມ, ໃນໜັງສືທີ່ໄດ້ສົ່ງໄປຍັງປະເທດອື່ນໆ ເຊິ່ງສໍານັກຂ່າວສານ Reuters ເອົາມາໄດ້ນັ້ນ, ອີຣານ ຖືວ່າ ການກະທຳດັ່ງກ່າວບໍ່ມີລັກສະນະສ້າງສັນ ແລະຖືນັ້ນແມ່ນການສິ້ນສຸດໃຫ້ແກ່ຂໍ້ຕົກລົງທີ່ອີຣານ ແລະອົງການ IAEA ໄດ້ລົງນາມໃນວັນທີ 21 ກຸມພາຜ່ານມາ. ສິ່ງດັ່ງກ່າວອາດຈະເຮັດໃຫ້ສະພາບການທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍອີຣານ JCPOA ສັບສົນຂຶ້ນຕື່ມ.

ແຫຼ່ງຄັດຈາກ: vovworld.vn